ຕັນຫາ 3

ໂຮງຮຽນພຣະປະຣິຍັຕຕິທັມ (ວັດຫລວງ)
ສ.ນ ສີສຸກ ສຸວັນນະຜ່ອງໃສ
ວິຊາ ທັມມະ ຫ້ອງ 3 A (ຊັ້ນ ເອກ)
v  ຕັນຫາ ຫມາຍເຖີງ ຄວາມທະຍານຢາກໄດ້ ຄວາມປາດຖະຫນາ ທ່ານຈຳແນກໄວ້ເປັນ 3 ລະດັບຄື
1.     ກາມຕັນຫາ: ໄດ້ແກ່ຄວາມທະຍານຢາກໃນກາມ ຢາກໃນອາລົມອັນຫນ້າຮັກ ຫນ້າໃຄ່ ໃນວັດຖຸກາມ ຄື ຮູບ ກິ່ນ ສຽງ
2.    ພາວະຕັນຫາ: ໄດ້ແກ່ ຄວາມທະຍານຢາກໃນພົບ ຢາກເປັນຢ່າງນັ້ນ ຢ່າງນີ້ ເຊັ່ນຢາກໄປເກີດໃນພົບໃນຊາດທີ່ປະນີດ ທີ່ຕົນເຫັນວ່າ ເປັນຄວາມສຸກ ຄວາມເພີດເພີນ ຄວາມເຂົ້າໃຈວ່າສະພາບເຫລົ່ານັ້ນເປັນຂອງທຽ່ງແທ້ ແລະຕົນເອງກໍໍ່ປາດດຖະຫນາສະພາວະເຫລົ່ານັ້ນ ພົບເຫລົ່ານັ້ນ ຊາດເຫລົ່ານັ້ນ ຊາດເຫລົ່ານັ້ນ ຈົນຕ້ອງດີ້ນລົ້ນທະເຍີທະຍານຢາກໄດ້ນີ້ຮຽກວ່າ ພາວະຕັນຫາ
ວິພະວະຕັນຫາ: ໄດ້ແກ່ຄວາມທະຍານຢາກໃນວິພົບ ຢາກບໍ່ເປັນຢ່າງນັ້ນ ຢາກບໍ່ເປັນຢ່າງນີ້ ຢາກພາກພົ້ນຢາກດັບສູນໄປເສຍ ເປັນອາການທີ່ຈິດຍິນດີ ພໍໍໃຈໃນພາວະ ຄວາມບໍ່ເປັນຕ່າງໆ ຫລື ຄວາມພໍໍໃຈໃນຄວາມບໍ່ເກີດໃນພົບ ໂດຍມອງເຫັນສິ່ງທັ້ງຫລາຍ ເປັນຂອງທີ່ຂາດສູນ ບໍ່ມີການສືບຕໍ່ ຕົນເອງກໍ່ຕ້ອງການຂາດ

ความคิดเห็น