ຮີດສິບສອງ ຄອງສິບສີ່

ຮີດສິບສອງ ຄອງສິບສີ່
ກ. ຮີດ 12 ກັບ­ຄອງ 14 ບໍ່ແມ່ນ­ຄໍາ­ສອນ­ຂອງພຣະ­ພຸດທະ­ສາ­ສະ­ໜາ, ບໍ່ແມ່ນ­ທັມມະ­ຂອງພຣະ­ພຸດທະ­ເຈົ້າ ແຕ່ເປັນ­ກົດ­ມົນ­ທຽນ­ບານ­ຂອງພຣະ­ຣາ­ຊະ­ ອານາ­ຈັກລ້ານຊ້າງ ທີ່­ຕັ້ງ­ຂຶ້ນ ເພື່ອປົກ­ຄອງ­ຄົນ­ລາວຊາວລ້ານຊ້າງ ໃຫ້­ຢູ່ໃນ­ກົດ­ຂໍ້­ບັງ­ຄັບ ແລະ­ແບບແຜນ­ດໍາ­ຣົງ­ຊີວິດແບບ­ດຽງ­ກັນ ແລະ­ທັງ­ຮີດ 12 ຄອງ 14 ທຽບໄດ້ ຄືຣັດຖະ­ທັມມະ­ນູນ ແລະ­ກົດ­ໝາຍ ຂອງພຣະ­ຣາ­ຊະ­ອານາ­ຈັກລ້ານຊ້າງ.

ຂ. ປັດ­ຈຸບັນ ຮີດ 12 ຄອງ 14 ໄດ້­ກາຍເປັນເຄື່ອງ­ມີ ພັດທະ­ນາ­ລະ­ບົບ­ວັດທະ­ນະ­ທັມ­ລາວ ຄຽງ­ຄູ່­ກັນໄປກັບຣະ­ບຽບ­ກົດ­ໝາຍ­ຂອງບ້ານເມືອງ, ໂດຍ­ບໍ່ເຊື່ອມ­ຄາຍ ໂດຍ­ມີວັດ, ຊຸມ­ຊົນ ແລະ­ສັງ­ຄົມ­ຈຸລະ­ພາກເປັນແກ່ນ­ນໍາໃນ­ການປະ­ຕິບັດ. 
ຄ. ຮີດ 12 ຄອງ 14 ມີຫຍັງແນ່. 
1. 
ຮີດ 12 (ຮີດ­ສິບ­ສອງ ເປັນ­ຈາ­ຮີດປະ­ເພນີທີ່­ຄົນ­ທຸກໆ­ໆ­ຄົນໃນ­ສັງ­ຄົມ­ຊາວລ້ານຊ້າງຕ້ອງໄດ້ເຮັດ ບໍ່ເວັ້ນ) ມີຢູ່ 12 ຂໍ້ ເທົ່າກັບ 12 ເດືອນ ດັ່ງ­ນີ້ (ໝາຍ­ຄວາມວ່າ­ຂໍ້­ກໍານົດ­ນີ້ ຖືເປັນພຣະ­ຣາ­ຊະ­ບັນ­ຍັດ ທີ່­ຜູ້­ປົກ­ຄອງເມືອງ­ບັນ­ຍັດໃຫ້­ຄົນ­ຊາວລ້ານຊ້າງຕ້ອງໄດ້ເຮັດ ເພື່ອຄວາມເປັນເອກະ­ພາບ). 
1.1.
ເດືອນ­ຈຽງ (ເຮັດ­ບຸນເຂົ້າກັມ-ຄືຫຼັງ­ຈາກ­ອອກ­ພັນ­ສາ ແລະ­ສິ້ນ­ການກະ­ຖິນແລ້ວ ໃຫ້ພຣະ­ສົງເຂົ້າ­ປະ­ຣິວາດ­ກັມ ຕາມພຣະ­ທັມມະ­ວິໄນ-ສໍາ­ລັບ­ຍາດໂຍມ ມີໜ້າ­ທີ່­ອຸປະ­ຖັມ­ປັດໄຈ 4 ເມື່ອພຣະ­ສົງ­ມາ­ຢູ່ຮ່ວມ­ກັນ­ບໍ່­ຕໍ່າກວ່າ 20 ອົງເຊັ່ນ­ນີ້) 
1.2.
ເດືອນ­ຍີ່ (ບຸນ­ຄູນ­ລານ-ເປັນ­ການສະ­ຫຼອງ­ຜົນ­ງານ­ການເກັບກ່ຽວຂອງ­ຊາວບ້ານ ໂດຍເອົາ­ພຣະ­ສົງ­ນໍາ­ໜ້າ ເພື່ອເປັນ­ສີຣິມຸງ­ຄຸນ) 
1.3.
ເດືອນ­ສາມ (ບຸນ­ມາ­ຄະ­ບູຊາ ເປັນ­ບຸນ­ທາງ­ພຸດທະ­ສາ­ສນາໂດຍແທ້ ຣະ­ນຶກເຖິງ­ການ­ທີ່ພຣະ­ອົງ­ຊົງກະ­ກາດພຣະ­ປະ­ຕິໂມກ ຫຼືຕັ້ງ­ສາ­ສນາ, ສ່ວນ­ບຸນເຂົ້າ­ຈີ່ ເມື່ອກ່ອນເປັນ­ການລ້ຽງ­ຜີຂອງ­ສາ­ສນາ­ຜີແຖນ ແຕ່­ປັດ­ຈຸບັນ­ກາຍເປັນ­ບຸນ­ທາງ­ພຸດທະ­ສາ­ສນາໄປແລ້ວ ເພາາະ­ຊາວລາວ ເປັນ­ຊາວພຸດເກືອບ­ໝົດແລ້ວ ຈຶ່ງເອົາເຂົ້າ­ຈີ່­ມາໃສ່­ບາດ ອຸທິດສ່ວນ­ກຸສົນໄປຫາຍາດ). 
1.4.
ເດືອນ­ສີ (ບຸນ­ຟັງ­ທັມ­ລໍາ­ພຣະ­ເຫວດ-ໃນ­ລໍາ­ພຣະ­ເຫວດ­ນັ້ນ ມີຄໍາ­ສອນ­ຢູ່ ຄົບ, ໂດຍສະ­ເພາະ­ເນັ້ນເຖິງ­ການ­ສົງເຄາະ­ ອະ­ນຸເຄາະ­ຄົນ, ສັງ­ຄົມ, ຊຸມ­ຊົນ ແລະ­ປະ­ເທດ­ຊາດ) 
1.5.
ເດືອນຫ້າ (ບຸນ­ສັງ­ຂານ ຫຼືບຸນ­ປີໃໝ່-ຫຼືບຸນເດືອນຫ້າ ຫຼືບຸນ­ສົງ­ນໍ້າ­ພຣະ­ ຫຼືບຸນເອົາ­ພຣະ­ລົງ, ເປັນ­ການເປີດໂອກາດໃຫ້ປະ­ຊາ­ຊົນ­ທໍາບຸນ ຫົດ­ສົງພຣະ­ ແລະ­ບໍຣິຈາກ­ທານໃນ­ທີ່­ສາ­ທາ­ລະ­ນະ­ ເມື່ອກ່ອນ­ອາດ­ຊິແມ່ນ­ບຸນໃນ­ສາ­ສນາ­ພຣາມ ແຕ່ໃນໄລຍະ­ຍະ­ຫຼັງ ເປັນ­ບຸນໃນ­ສາ­ສນາ­ພຸດໄປ ເພາະ­ ສາ­ສນາ­ພຣາມໃນ­ລາວໝົດໄປແລ້ວ ແຕ່­ປັດ­ຈຸບັນ­ນີ້ ກາຍເປັນ­ບຸນ­ທາງ­ທຸລະ­ກິດເສດຖະ­ກິດ ໄປເລີຍ, ອາດ­ຊິບໍ່ເນັ້ນ­ທາງ­ສາ­ສນາ­ຫຼາຍ­ປານໃດ­ຊໍ້າ) 
1.6.
ບຸນ­ບັ້ງໄຟ (ເປັນ­ບຸນໃນ­ສາ­ສນາແຖນເດີມ ຫຼັງໆ­ ກໍຜະ­ໜວກເຂົ້າເປັນ­ບຸນໃນ­ສາ­ສນາ­ພຸດ ແຕ່­ປັດ­ຈຸບັນ­ການເປັນ­ກິລາ ແລະ­ການພະ­ນັນໄປເລີຍ, ເປົ້າ­ໝາຍເດີມ ຄືບຸນ­ບູຊາ­ພຣະ­ຍາແຖນ ຂໍນໍ້າ­ຟ້ານໍ້າ­ຝົນ ກ່ຽວຂອງ­ກັບແຖນ) 
1.7. ເດືອນເຈັດ (ບຸນ­ຊໍາ­ຮະ­, ເປັນ­ກໍາ­ຮະ­ຊະ­ລ້າງ­ສິ່ງ­ບໍ່­ດີ ຄືແຕ່ລະ­ໝູ່ບ້ານ ແລະ­ເມືອງ­ທາງ­ການໃຫ້ເລີກ­ຖືຜີ ຖືແຖນ ກໍນິມົນພຣະ­ໄປສູດ­ຊໍາ­ຮະ­ ບາງທ້ອງ­ຖິ່ນ ບໍ່­ຖືພຸດທະ­ສາ­ສນາກໍເປັນ­ການລ້ຽງ­ຜີໄປກໍອາດ­ມີ). 

1.8.
ເດືອນແປດ (ບຸນເຂົ້າ­ພັນ­ສາ, ເປັນເຂດລະ­ດູຝົນ ເປັນ­ບຸນ­ທາງ­ພຸດທະ­ສາ­ສນາ ພຣະ­ສົງເຂົ້າ­ຈໍາ­ພັນ­ສາ­ຕາມ­ພຸດທະ­ດໍາ­ຣັດ ປະ­ຊາ­ຊົນ­ກໍບໍາເພັງ­ກຸສົນ ໃນ­ຍາມ­ຝົນ ໄປພ້ອມ-ຫຼືຮຽກ­ອີກຢ່າງ­ໜຶ່ງວ່າ ບຸນ­ອາ­ຫານ­ຫາບູຊາ ເປັນ­ວັນສະ­ຫຼອງ ທີ່ພຣະ­ພຸດທະ­ເຈົ້າ ເທດສະ­ໜາ­ທັມມະ­ຈັກ­ກັບປະ­ວັດຕະ­ນະ­ສຸດ). 
1.9.
ເດືອນເກົ້າ (ບຸນເຂົ້າ­ປະ­ດັບ­ດິນ ເດີມ­ຄົນ­ທີ່­ນັບ­ຖືຜີແຖນ, ນາກ ແລະ­ຮີນ­ດູຈະ­ລຽງ­ຜີຕ່າງໆ­ ແຕ່ເມື່ອຄົນ­ນັບ­ຖືພຸດທະ­ສາ­ສນາ­ຫຼາຍ­ຂຶ້ນ ກໍໄດ້ເຮັດ­ບຸນ ອຸທິດ­ຫາຍາດ­ພີ່ນ້ອງ ທີ່­ຕາຍໄປເປັນແຜດ, ເລີ່ມ­ມີການຊ່ວງເຮືອແຕ່­ວັນ­ນີ້ເປັນ­ຕົນໄປ ຈົນ­ຮອດເດືອນ 12) 
1.10. ເດືອນ­ສິບ (ບຸນເຂົ້າ­ສາກ ມີຄວາມ­ໝາຍ­ດຽວກັບ ບຸນເຂົ້າ­ປະ­ດັບ­ດີ ຕ່າງແຕ່­ວິທີເຮັດ ຄືເອົາ­ສິ່ງເລົ່ານັ້ນ ມາ­ທານໃຫ້ພຣະ­ສົງໂດຍສ່ວນ­ດຽວ ຫຼືມາ­ຈັບສະ­ຫຼາກ) 

1.11. ເດືອນ­ສິບເອັດ (ບຸນ­ອອກ­ພັນ­ສາ ຂອງພຣະ­ສົງ ແລະ­ສ່ວນ­ບຸນຊ່ວງເຮືອ ເປັນ­ບຸນ­ທາງ­ພຸດທະ­ສາ­ສນາ ແລະ­ຄວາມເຊື່ອເຣື່ອງ­ຜີ ແຖນ ແລະ­ນາກ­ນໍາ, ດຽວນີ້­ກາຍເປັນ­ການ­ກິລາ ແລະ­ການພະ­ນັນ­ນໍາ­ຊໍ້າ) 

1.12. ເດືອນ­ສິບ­ສອງ (ບຸນກະ­ຖິນ ແລະ­ໄຫວ້ພຣະ­ທາດ­ຫຼວງປະ­ຈໍາເມືອງຕ່າງໆ­ ບຸນກະ­ຖິນເປັນ­ບຸນ­ກາ­ລະ­ທານ­ທາງ­ພຸດທະ­ສາ­ສນາ ສ່ວນ­ບຸນໄຫວ້ພຣະ­ທາດ ກໍເປັນ­ບຸນ­ທາງ­ພຸດທະ­ສາ­ສນາເຊັ່ນ­ກັນ ໂດຍເຣີ່ມ­ຈາກເດືອນ 12 ໄປສິ້ນ­ສຸດໃນເດືອນ 3 ເພັງ) 

--------------------------- 
- ທັງ­ໝົດ ທີ່ກ່າວມານີ້ ເປັນ­ຮີດ 12 ຄື ເປັນ­ຈາ­ຮີດ­ທີ່ຕ້ອງປະ­ຕິບັດ­ທຸກໆ­ປີບໍ່ໄດ້­ຂາດ ເຮັດໄປເລື້ອຍໆ­ ຈົນ­ກາຍເປັນ­ຈາ­ຮີດປະ­ຕິບັດ­ທົ່ວສັງ­ຄົມ, ທຸກ­ກິດຈະ­ກໍາ ທີ່ເກີດ­ຂຶ້ນ­ກໍ່ໃຫ້­ກາຍເປັນ­ວັດທະ­ນະ­ທໍາ ແລະ­ພັດທະ­ນາ­ສັງ­ຄົມ­ທັງໆ­ທາງດ້ານເສດຖະ­ກິດ, ວັດທະ­ນະ­ທັມ, ສັງ­ຄົມ ແລະ­ອື່ນໆ­ ກໍ່ໃຫ້ ມີການ­ພັດທະ­ນາ­ທັງໆ­ທາງດ້ານ­ວັດ­ຖຸ ແລະ­ຈິດໄຈ ເປັນເອກະ­ລັກ ສັນຍະ­ລັກ­ຂອງ­ຊາດ­ລາວຊາວລ້ານຊ້າງເລື້ອຍ­ມາ. 

ความคิดเห็น