ປະຫວັດພຣະພຸທທະລາວັນ( ພຣະບາງ )

ປະຫວັດພຣະພຸທທະລາວັນ( ພຣະບາງ )
ທຣົງພຣະປຣະດິສະຖານ ນະ ຫໍພຣະບາງ ພິພິດທະພັນເມືອງຫຼວງພະບາງແຂວງຫຼວງພະບາງ
ພຣະພຸດທະຣັກສະນະລວມ:
ທຣົງເປັນພຣະພຸດທະຮູບປຣາງປະທານອະໄພຍ
ຫຼື ປຣາງຫ້າມຍາດ,
ເປັນສິຣປະຂະເໜນແບບບາຍົນ-ຕາຍປາຍ,
ມີອາຍຸຢູ່ລະຫວ່າງປາຍພຸດທະສະຕະວັດທີ່ ໑໘-ຕົ້ນ໑໙.
ພຣະພຸດທະປະຫວັດ
ຕາມພຣະພຸດທະຕັມນານກ່າວໃວ້ວ່າ:
ອັນມີພຣະຈຸລນາກເຖຣະເຈົ້າ ທຣົງໄດ້ສ້າງພຣະບາງຂື່້ນ
ເມື່ອຄັ້ງ ພ.ສ ໔໓໖ ທີ່ກຣຸງລັງກາທະວີບພຸ້ນ
ແລ ເມື່ອສັມຣິດບໍຣິບວນແລ້ວ
ພຣະເຖຣະເຈົ້າກໍໄດ້ອັງເຊີນພຣະບໍຣົມມະສາຣິລີຄະທາດ
(
ກະດູກ)ຂອງອົງສົມເດັຈພຣະສັມມາສັມພຸດທະເຈົ້າ
ມາສະຖິດເຂົ້າໃວ້ ນະ ອົງພຣະບາງ໕ຈຸດ-໖ຕ່ຳແນ່ງຄື:
ອັນໝຶ່ງ ທຣົງໃວ້ທີ່ພຣະສໍ(ຄໍ),ພຣະນຼາກ(ໝ້າຜາກ),
ພຣະຊານຸ(ຫົວເຂົ່າ),ພຣະອຸຣະ(ບໍຣິເວນໝ້າເອິກ),ແລະຂໍ້ພຣະກອນທັງສອງເບື້ອງ(ຂໍ້ມື)
ເມື່ອຄັ້ງປີພ.ສ໑໓໘໙ ພຣະເຈົ້າຈັນທຣາຊ
ແຫ່ງກຣຸງອິນທຣ໌ປັຕນະຄອນ ທຣົງໄດ້ຂໍພຣະບາງ
ຈາກພຣະເຈົ້າສຸບິລທຣາຊາ ແຫ່ງກຣຸງລັງກາທະວີບ
ນຳມາປະດິສຖານ ນະ ກຣຸງອິນທຣ໌ປັຕນະຄອນ
ຄັນຮອດປີພ.ສ໑໙໐໑ ພຣະນາງແກ້ວກັນຍາມະຫາເທວີ ຢາກທີ່ຈະນຳເອົາພຣະພຸດທະສາສະໝາ
ທີ່ຕົນເຄີຍປະຕິບັດຮັກສາສິນກິນທານມາ ຈິ່ງທຣົງໄດ້ເຂົ້າເຝົ້າພຣະຣາຊສວາມີກຣາບບັງຄົມທູນ
ບັດນັ້ນອົງສົມເດັຈພຣະເຈົ້າຍາຟ້າຫຼ້າແຫຼ່ງທໍຣນີ
ຟ້າງຸ່ມມະຫາຣາຊ ກໍທຣົງມີຄວາມໂທມະນັຕຍິນດີເປັນຢ່າງຍິ່ງ
ພຣະອົງຈິ່ງທຣົງແຕ່ງຣາຊທູດອັງເຊີນພຣະຣາຊສານ
ພ້ອມດ້ວຍເຄື່ອງມຸງຄຸນ໑໐໘ບັນນາການ
ມີເງິນ໓ແສນ,ຄຳ໓ໜື່ນ,ແກ້ວນ້ຳຄັ່ງ,ແກ້ວຈອມເພັດອັ່ນລ້ຳຄ່າລົງໄປຖວາຍພຣະເຈົ້ານະຄອນຫຼວງ
(
ຂອມ-ກຣຸງອິນທປັຕ)
ຜູ້ທີ່ເປັນພຣະຊນົກ(ພໍ່ເຖົ້າ)ພຣະເຈົ້ານະຄອນຫຼວງ
ຈິ່ງໄດ້ພຣະຣາຊນິມົນເອົາພຣະປຣະສະມັນຕະເຖຣະເຈົ້າ,
ພຣະມະຫາເທພລັງກາ ແລະພຣະພິຂຸສົງອີກ໒0ອົງ,
ພ້ອມທັງນັກປຣາຊຜູ້ຊ່ຽວຊານພຣະຕັຍປິດົກອີກ໓ຄົນຄື
:
ນໍຣະສິງ,ນໍຣະເດດ,ນໍຣະສາຕ
ພ້ອມນັ້ນພຣະອົງຍັງໄດ້ພຣະຣາຊາທນພຣະພຸດທະຮູບ
ປັນຈະໂຣຫະ(ໜາຍຄວາມວ່າເປັນພຣະພຸດທະຮູບທອງສັມຣິດ
ທີ່ຫຼໍ່ດ້ວຍໂຣຫະ໕ຊະນິດ)
ນາມວ່າພຣະບາງເຈົ້າ ພ້ອມທັງພຣະຄັມພຣີ ພຣະຕັຍປິດົກ,ນໍ່ຕົ້ນພຣະສຣີມະຫາໂພດ
ພ້ອມທັງພຣະຣາຊທານເຫຼົ່ານາຍຊ່າງຕ່າງໆເຊັ່ນ:
ຊ່າງຫຼໍ່ພຣະພຸດທະຮູບ,ຊ່າງຕີເຫຼັກ,ຊ່າງຕີເງິນ,ຊ່າງຕີຄຳແລະເຄື່ອງດຸຣິຍັນຕ່າງໆຢ່າງຄົບຖ້ວນ
ປີພ.ສ໑໓໕໙ພຣະປຣະສະມັນຕະເຖຣະເຈົ້າ
ພ້ອມດ້ວຍໂຍມອຸປະຖາກ ເດີນທາງອອກຈາກນະຄອນຂະເໜນ
ມາຮອດເມືອງແກ ເມື່ອອົງສົມເດັຈເຈົ້າຟ້າງຸ່ມທຣົງຊາບຂ່າວ ກໍ່ໄດ້ໃຫ້ເສນາອາມາຕຣາຊມົນຕຣີ
ມານິມົນເອົາເຫຼົ່າຄະນະພຣະສົງແຫ່ຂື້ນມາຕາມລຳແມ່ນ້ຳ
ລ້ານຊ້າງ(ແມ່ນຳ້ຂອງ)ຂື້ນມາເຖິງວຽງຈັນ
ໜື່ນຈັນເຈົ້າເມືອງວຽງຈັນກໍອອກມາຕ້ອນຮັບທີ່ຫາດດອນຈັນ ຄົບງັນກັນເປັນເວລາ໓ມື້໓ຄືນ,
ຈາກນັ້ນກໍມາຮອດເມືອງວຽງຄຳ
ເຈົ້າພຣະຍາເມືອງວຽງຄຳກໍ່ອອກມາຕ້ອນຮັບ
ຄົບງັນກັນຈວນເວລາ໓ມື້໓ຄືນ
ພຣະຣາຊຂະບວນຈະທຣົງພຣະຣາຊດຳເນີນຕໍ່ໄປ
ທີ່ນະຄອນຊຽງທອງ
ໃນການຄົມມະນາຄົມໃນເວລານັ້ນແມ່ນໃຊ້ແຮງຄົນເສຽ
ເປັນສ່ວນມາກ ການນຳພຣະບາງມາຈ່າກນະຄອນຂະເໜນ
ແມ່ນໃຊ້ຄົນຫາບ໘ຄົນ ແຕ່ວ່າໃນວັນທີ່ຍ້າຍພຣະບາງ
ອອກຈາກວຽງຄຳ ເມື່ອນິມົນເອົາພຣະບາງຂື້ນຄານຫາມ
ກໍຮູ້ສືກວ່າອົງພຣະບາງມີພຣະນຳ້ໝັກໝັກເປັນພິເສດ ດັ່ງນ້ັນຈິ່ງໄດ້ເພິ່ມຄົນຫາມເປັນ໒ເທົ່າຄື໑໖
ແຕ່ກໍ່ຫາມບໍ່ຂື້ນ ເມື່ອເພິ່ມຂື້ນອີກ໒໔ຄົນ ກໍຍົກບໍ່ຂື້ນ
ເຫຼົ່ານັກປຣາຊຈິ່ງໄດ້ທຳນາຍ ຜົນອອກມາເປັນວ່າ
ພຣະບາງເຈົ້າມີພຣະຣາຊປະສົງທີ່ຢາກຈະພຣະສະຖິດ
ທີ່ເມືອງວຽງຄຳ
ສ່ວນພຣະຂະບວນພຣະສົງແລະສານຸຊົນກໍ່ໄດ້ເດີນທາງຕໍ່
ເຖິງພຣະນະຄອນຊຽງທອງ
ອົງສົມເດັຈເຈົ້າຟ້າງຸ່ມກໍ່ໄດ້ທຣົງໂປຣດເກົ້າສ້າງ
ວັດປ່າປຣະສະມັ່ນຕ໌ຖວາຍພຣະພຸດທະສາສະໝາ
ໃຫ້ເປັນທີ່ບຳເພັນພາວັນນາຮັກສາສິນຂອງພຣະເຖຣະເຈົ້າ ອັນເປັນອາຣາມຫຼວງເຖິງເທົ້າປັດຈຸບັນ
ຈົນເຖິງປີພ.ສ໒໐໔໓
ໃນຣັຖການຂອງອົງສົມເດັຈພຣະເຈົ້າວິຊຸນຣະຣາຊເຈົ້າ
(ພຣະເຈົ້າວິຊຸນເປັນສາຍພຣະໂຣຫິດຂັດຕິຍະ ສາຍພຣະຣ່ວງ
ແຫ່ງເມືອງວຽງຄຳ)
ພຣະອົງທຣົງໄດ້ໃຫ້ເຫຼົ່າເສນາອາມາຕຣາຊມົນຕຣີ
ແສນທ້າວພຣະຍາລາວ ໄປນິມົນອັງເຊີນເອົາພຣະບາງ
ຈາກເມືອງວຽງຄຳ ມາຍັງພຣະນະຄອນຊຽງທອງ
ພຣະອົງທຣົງໄດ້ສ້າງວັດວິຊຸນ ມະຫາວິຫານ
ໃຫ້ເປັນພຣະອາຣາມໃວ້ເຊິ່ງພຣະສະຖິດປະດິດສະຖານ
ອົງພຣະບາງເຈົ້າ
ໃຫ້ເປັນທີ່ເຄົາຣົບບູຊາຂອງພຣະອົງແລະນັຍພຣະບໍຣົມວົງສານຸວົງ,
ເຫຼົ່າເສນາອາມາຕຣາຊມົນຕຣີ ໄພລ່ບ້ານພົລເມືອງສືບມາ.
ປີພ.ສ໒໑໐໑ ເມື່ອພຣະໄຊຍເຊດຖາ ທິຣາຊເຈົ້າ ທຣົງຍ້າຍພຣະນະຄອນຫຼວງມາຍັງນະຄອນວຽງຈັນ
ພ້ອມກັບອັງເຊີນພຣະແກ້ວ ມໍຣກົດ ຈາກນະຄອນລ້ານນາ
ໂດຽຊອບທຳ
ເພາະພຣະໄຊຍເຊດຖາ ທິຣາຊເຈົ້າທຣົງເປັນພຣະເຊຖະຄີນີ
(ຫຼານຂອງເຈົ້ານະຄອນລ້ານນາແລະທຣົງໄດ້ຂື້ນເສວີຍຣາຊ
ທັງພຣະນະຄອນລ້ານນາແລະລ້ານຊ້າງໃນເວລາດຽວກັນ)
ບັດນັ້ນພຣະອົງໄດ້ພຣະປະຖົມມະຣຶກພຣະຣາຊຂະໝານນາມ
ນະຄອນຫຼວງແຫ່ງໃໜ່ນີ້ວ່າ
"ພຣະນະຄອນ ວຽງຈັນທຣ໌ບູຣີ ສຣີສັຕຕນາຄະນະຫຸດ
ອຸຕະມະຣາຊທານີ ສຣີສຸທັມມະວິສຸທ ພິເສກ ນະຄະເຣດພູມມິນ
ສິນະສຣີສະດາ ສຸວັນນະເກດປານະຄະເຣດ ມະເຫສາວັກ ພຣະນະຄອນ"
ສ່ວນພຣະນະຄອນຊຽງທອງທຣົງພຣະຣາຊຂະໝານນາມໃໜ່ວ່າ
"
ພຣະນະຄອນ ສຣີສັຕຕນາຄະນະຫຸດ ລ້ານຊ້າງຮົ່ມຂາວ
ຫຼວງພຣະບາງ ຣາຊທານີ
ແຕ່ຄົນທົ່ວໄປຮຽກຂານພຽງແຕ່ສັ້ນໆວ່າເມືອງຫຼວງພຣະບາງ
ເພາະພຣະບາງ ທຣົງໄດ້ພຣະສຖິດເປັນມິ່ງຂວັນເມືອງ
ຂອງຊາວຫຼວງພຣະບາງນັບແຕ່ໂບຮານນະການສືບມາ ໃນຣັຖການ ພຣະໄຊຍເຊດຖາທິຣາຊ໒(ເຈົ້າໄຊຍອົງເວ້)
ພ.ສ໒໒໕໗ ພຣະອົງໄດ້ທຣົງແຕ່ງໃຫ້ພຣະອົງຮອງ
ພຣະອະນຸຊາຕ່າງພຣະຊນົກ ໄປຄອງນະຄອນຫຼວງພຣະບາງ
ແຕ່ກໍ່ຖືກພຣະເຈົ້າກິ່ງກິສະຣາຊຍົກຣິພົນມາຕີຊີງເອົາ
ພຣະນະຄອນ ພຣະອະນຸຊາ-ພຣະຮອງ
ຈິ່ງໄດ້ທຣົງອັງເຊີນເອົາພຣະບາງມາປະດິດສຖານໃວ້
ນະ ກຣຸງສີສັຕນາໄຣ ຄູ່ກັບພຣະແກ້ວມໍຣະກົດ
ໃນລະຫວ່າງປີ ພ.ສ ໒໓໒໑-໒໓໒໒ ເຈົ້າກຣຸງທົນບູຣີແຫ່ງສຽາມ ອັນມີພຣະກະສັດສຶກແລະພຣະຍາສຸຣສີ
ເຂົ້າບຸກຢຶດຮຸກຮານຮາວີພຣະນະຄອນລ້ານຊ້າງ
ເຊິ່ງເປັນຊ່ວງຣັຖສມັຍອົງສົມເດັຈເຈົ້າສິຣິບຸລຍະສານ(ອົງບຸນ)
ເມື່ອພວກເຂົາຍາດໄດ້ອຳນາດ ພວກເຂົາກໍ່ໄດ້ອັງເຊີນເອົາພຣະແກ້ວ ມໍຣກົດແລະພຣະບາງໄປຖວາຍແດ່ຕາກສິນ
ຄັນມາເຖິງສມັຍພຣະພຸດທະຢອດຟ້າຈຸລາໂລກ ປີພ.ສ໒໓໒໕ ອົງສົມເດັຈເຈົ້ານັນທະເສນ ແຫ່ງລ້ານຊ້າງຈິງໄດ້ທູນຂໍພຣະແກ້ວ ມໍຣກົດແລະພຣະບາງຄືນ
ແຕ່ພວກເຂົາກໍ່ສົ່ງພຽງແຕ່ພຣະບາງ ສະນັ້ນພຣະບາງ
ຈິ່ງທຣົງພຣະສຖິດ ນະ ສຽາມເປັນເວລາ໓ປີປາຍ
ໃນປີພ.ສ໒໓໖໙-໒໓໗໑
ອົງພຣະມະຫາວິຣະບູຣຸດ ເຈົ້າອະນຸວົງແຫ່ງພຣະນະຄອນວຽງຈັນ
ຜູ້ທີ່ມີນ້ຳພຣະທັຍຮັກຊາດ ຫວັງກອບກູ້ເອກະຣາຊ
ແລະອະທິປະໄຕຍແຫ່ງຊາດລາວ
ທຣົງໄດ້ຍົກທັບໂຍທາຫານເພື່ອປົດປ່ອຍຊາດປະຊາ ອອກຈາກການກົດຂີ່ຂູດຮີດຂອງສັດຕູປົດປ່ອຍ
ໄດ້ນະຄອນຣາຊສຣີມາ
ພຣະນັ່ງເກົ້າແຫ່ງສຽາມກໍ່ສັ່ງໃຫ້ພຣະຍາຣາຊສຸພາວະດີ(ສິງ)
ຍົກທັບຜາບເຮັດໃຫ້ກອງທັບລາວເຮົາແຕກ
ຈາກນັ້ນກອງທັບສຽາມກໍ່ເດີນທາງມານະຄອນຫຼວງວຽງຈັນ ຈູດເຜົາຫໍຄຳອັນເປັນຫໍໂຮງພຣະຣາຊວັງອັ່ນສວຍສົດງົດງາມ,
ຈູດເຜົາບ້ານເຮືອນ,ຫໍໂຮງ ວັດວາອາຣາມ ຂ້າຟັນຣັນແທງໄພລ່ຟ້າປະຊາຊົນ-ເຫຼົ່າສົງໜູ່ຄະນະ,
ປຸ້ນຈີ້ຊີງຊັບສະດົມອາຫານ ຊັບສິນອັ່ນມີຄ່າ,
ເກນເອົາຂ້ອຍຂ້ານາຍຊ່າງ-ເຫຼົ່າສິນຜູ້ມີສຣີມືໄປເປັນທາດຮັບໃຊ້
ພ້ອມນັ້ນພວກເຂົາໄດ້ລັກເອົາພຣະພຸດທະຮູບ
ອົງສຳຄັນຕ່າງໆເຊັ່ນ:ພຣະບາງ,ພຣະສຸກ,ພຣະເສີມ,
ພຣະໃສ,ພຣະແຊກຄຳ,ພຣະສັນສມໍ,ພຣະແກ່ນຈັນທຣ໌,
ພຣະເງິນຫຼໍ່,ພຣະເງິນບຸ,ພຣະສຣົງນ້ຳ
ພວກເຂົາໄດ້ນຳພຣະບາງສຖິດໃວ້ນະວັດຈັກຣະວັນດິ
ຣາຊວາດ ວໍຣວິຫານ(ນອກກຣຸງ)
ຄັນຕໍ່ມາອົງສົມເດັຈເຈົ້າ ມະຫິທະຣາເທພ ທິພາກອນເຈົ້າຊີວິດຫຼວງພຣະບາງກໍ່ໄດ້ທຣົງທວງຊັບໃນດິນ
ສິນໃນນ້ຳຂອງລາວຄືນ ພວກເຂົາກໍ່ສົ່ງຄືນພຽງແຕ່
ອົງພຣະບາງເຈົ້າເທົ້າທຸກວັນນີ້.


ความคิดเห็น