ກ່ອນຈະຕັດສິນໃຜ


ກ່ອນຈະຕັດສິນໃຜ
ກ່ອນທີ່ເຮົາຈະຕັດສິນໃຜຄົນໃດຄົນໜຶ່ງວ່າ...ເຂົາຜິດ ຫລື ຖືກ, ເຂົາດີ ຫລື ຊົ່ວ, ເຂົາສະຫລາດ ຫລື ໂງ່, ເຂົາລວຍ ຫລື ຈົນ...
ໃຫ້ຖາມໂຕເອງກ່ອນວ່າ
# ເຮົາເຂົ້າໃຈໂລກນີ້ຫລາຍເທົ່າໃດ?

# ເຮົາເຂົ້າໃຈຄວາມເປັນມະນຸດຫລາຍເທົ່າໃດ?

# ເຮົາຮູ້ຈັກເຂົາຫລາຍເທົ່າໃດ?
# ເຮົາຮູ້ຈັກແລະເຂົ້າໃຈສະພາບແວດລ້ອມບ່ອນເຂົາຢູ່ຫລາຍເທົ່າໃດ?
#
ເຮົາເຂົ້າໃຈເຂົາເລິກເຊິ່ງຂະໜາດໃດ?
#
ເຮົາຮູ້ແລະເຂົ້າໃຈສະຖານະການຂອງເຂົາໃນຕອນນັ້ນຫລາຍເທົ່າໃດ?
#
ເຮົາຮູ້ຈັກເຫດຜົນຂອງເຂົາຢ່າງແທ້ຈິງບໍ່?
ຄົນທົ່ວໄປສ່ວນຫລາຍມັກຕັດສິນຜູ້ອື່ນດ້ວຍຄວາມຄິດຂອງຕົນ ຄວາມເຂົ້າໃຈຂອງຕົນ ຄວາມຮັກຂອງຕົນ ຄວາມຊັງຂອງຕົນ ຄວາມແຄ້ນຂອງຕົນ ປະສົບການຂອງຕົນ ຂໍ້ດ້ອຍຂອງຕົນ...ແລ້ວທ່ານທັງຫລາຍຄິດວ່າການຕັດສິນຜູ້ອື່ນດ້ວຍວິທີດັ່ງກ່າວມັນຢຸດຕິທຳບໍ່. ບາງເທື່ອເຮົາກໍ່ຕັດສິນຜູ້ອື່ນພຽງຄຳເວົ້າຄຳດຽວຈາກບຸກຄົນອື່ນ ຈາກການກະທຳຂອງເຂົາພຽງເທື່ອດຽວ ຈາກດ້ານດຽວທີ່ເຮົາເບິ່ງເຫັນ ຄວາມຈິງແລ້ວເຮົາບໍ່ມີສິດຫຍັງເລີຍທີ່ຈະບອກວ່າເຂົາຊົ່ວເພາະນັ້ນຄືຊີວິດຂອງເຂົາ ສິ່ງທີ່ເຮົາທັງຫລາຍຄວນຈະເຮັດກໍ່ຄືການບໍລິຫານຈັດການກັບໂຕຂອງເຮົາເອງ ເຂົ້າໃຈເຮົາເຂົ້າໃຈເຂົາ ເອົາໃຈເຂົາມາໃສ່ໃຈເຮົາ ແລ້ວເຮົາກໍ່ຈະຢູ່ກັບສັງຄົມຢ່າງມີຄວາມສຸກແລະປອດໄພນັ້ນເອງເນາະ
ຂໍຂອບໃຈທີ່ອ່ານ 
                                                           (ຄັດຈາກ: ເພຈ ແຮງບັນດານໃຈ)

ความคิดเห็น