ເຖິງຣະດູເດືອນເກົ້າດັບຄື ແຮມ 14 ຄໍ່າເດືອນເກົ້າຂອງທຸກປີ
ໃຫ້ເຮັດບຸນຫໍ່ເຂົ້າປະດັບດິນ ແລະໄດ້ນັບຖືເປັນປະເພນີຈົນຮອດ ທຸກມື້ນີ້.
ບຸນຫໍ່ເຂົ້າປະດັບດິນໝາຍເຖິງການເຮັດບຸນອຸທິດສ່ວນບຸນກຸສົນສົ່ງໄປໃຫ້ຍາດຜູ້ທີ່ລ່ວງລັບໄປແລ້ວ ໄປຢູ່ໃນພົບພູມອື່ນ ຊຶ່ງ ພວກຍາຕທີ່ຍັງມີຊີວິດຢູ່ນີ້ ມີຄວາມຮໍ່າເພີງແລະຄຶດຮອດຄຶດເຖິງວ່າ ຍາຕຂອງຕົນທີ່ລ່ວງລັບໄປນັ້ນ ໄປເກີດທີ່ດີເຖິງສຸກແລ້ວບໍ່ ຫລື ຕົກທຸກໄດ້ຍາກລຳບາກຫລາຍປານໃດ ດັ່ງນັ້ນ ພໍເຖິງບຸນຫໍ່ເຂົ້າປະດັບດິນວຽນມາເຖິງ ຈຶ່ງໄດ້ພາກັນຫໍ່ເຂົ້າຕົ້ມ ເຂົ້າໜົມ ມີກ້ວຍອ້ອຍສ້ອຍປີ ເຄື່ອງສົ້ມຂອງຫວານ ຄຳໝາກກອກຢາ ປູປາອາຫານທຸກຢ່າງ ຮວມກັນແລ້ວອຸທິດໄປໃຫ້ ຍາຕຂອງຕົນ ໃຫ້ໄດ້ໄປເກີດ ທີ່ດີເຖິງສຸກ ຜູ້ທີ່ຕົກທີ່ທຸກກໍຂໍໃຫ້ພົ້ນຈາກທຸກ ຜູ້ທີ່ໄດ້ສຸກແລ້ວ ກໍຂໍໃຫ້ສຸກຍິ່ງໆຂຶ້ນໄປ.
ເຂົ້າຂອງອາຫານຫວານຄາວເຫລົ່ານີ້ ຈະຕ້ອງໄດ້ຕຽມໄວ້ລ່ວງໜ້າກ່ອນວັນສອງວັນ ໂດຍຫໍ່ດ້ວຍໃບຕອງເປັນຫໍ່ໆ (ບາງເຂດກໍ ຮ້ອງວ່າເຂົ້າຫໍ່ໂປ້) ແລ້ວນຳໄປວາງໄວ້ຕາມຕ້າຍວັດ ສາລາໂຮງທັມ ຂ້າງວິຫານ ຫ້ອຍຕາມກົກໄມ້ ຫລືບໍ່ກໍວາງໄວ້ຕາມດິນ ເພິ່ນຈຶ່ງ ຮ້ອງວ່າເຂົ້າປະດັບດິນ.
ການຢາຍຫໍ່ເຂົ້ານີ້ຈະກະທຳກັນໃນຕອນເຊົ້າມືດ ເວລາ 3 ຫາ 4 ໂມງເຊົ້າຂອງມື້ວັນສິນດັບເດືອນເກົ້ານີ້ ເພາະພວກເຮົາມີ ຄວາມ ເຊື່ອ ສືບຕໍ່ກັນມາແຕ່ບູຮານນະການວ່າ ເປັນມື້ທີ່ປະຕູນາຮົກເປີດໃນຮອບປີ ຍົມພະບານຈະປ່ອຍໃຫ້ຜີນະຮົກອອກມາຢ້ຽມ ພີ່ນ້ອງໃນໂລກມະນຸດ . ສ່ວນມາກແລ້ວ ທຸກໆຄົນ ຈະຫໍ່ເຂົ້າຫລາຍກວ່າຈຳນວນຂອງຍາຕພີ່ນ້ອງທີ່ໄດ້ລ່ວງລັບໄປ ເພາະຈະຕ້ອງ ມີຈຳນວນນຶ່ງເຜື່ອຜີບໍ່ມີຍາຕ ຈະເປັນເຜດຫລື ພວກສັມພະເວສີ ກໍແລ້ວແຕ່ບຸນກັມນໍາແຕ່ງຂອງແຕ່ລະຕົນ. ການທຳບຸນເຂົ້າປະດັບດິນນີ້ ໃຫ້ເປັນຈາຄະເຈຕນາ ບໍ່ມີການຂີ້ຖີ່ ຫວງແຫນ ແມ້ນແຕ່ນົກກາ ໝູໝາ ທັງຫລາຍຈະອຸດົມສົມບູນ ໄດ້ກິນອີ່ມໜຳສຳລານກັນທັ້ງນັ້ນ ເພາະທຸກທີ່ຈະເຕັມໄປດ້ວຍເຂົ້າປະດັບດິນນັ້ນເອງ.
ພໍຮຸ່ງເຊົ້າ ທຸກຄອບຄົວກໍ ກະຕຽມຫຸງຫາເຂົ້າປາອາຫານໄປເຮັດບຸນທີ່ວັດ ຖວາຍຈະຕຸປັຈຈັຍ ເຄື່ອງໄທຍະທານຕ່າງໆ ຈາກນັ້ນພຣະສົງຄ໌ຈະສະແດງພຣະທັມມະເທສນາກ່ຽວກັບອານິສົງຂອງບຸນເຂົ້າປະດັບດິນແລະໃຫ້ພອນແກ່ຍາຕໂຍມ ແລະ ອຸທິສສ່ວນບຸນກຸສົນໄປໃຫ້ຍາຕິພີ່ນ້ອງ ທີ່ໄດ້ລ່ວງລັບໄປແລ້ວນັ້ນ.
ມູນເຫດແຫ່ງການເຮັດບຸນປະດັບດິນນີ້ເກີດຂຶ້ນຕາມຄວາມເຊື່ອ ຕາມນິທານທັມມະບົດ ໂດຍກ່າວເຖິງຍາຕຂອງ ພຣະເຈົ້າ ພິມພິສານ ທີ່ລັກເງິນວັດມາເປັນຂອງຕົນເອງ ລັກກິນຂອງທີ່ຈະຖວາຍແກ່ພຣະສົງຄ໌ ພໍຕາຍໄປແລ້ວໄດ້ໄປເກີດເປັນເຜດ ໃນນະຮົກ ຕລອດພຸທທັນດອນ ( " 5000ປີ " ຄືຊ່ວງເວລາທີ່ສາສນາຂອງພຣະພຸທທະເຈົ້າອົງນຶ່ງສູນສ້ຽງແລ້ວແລະພຣະ ພຸທທະເຈົ້າ ອົງໃໝ່ຍັງບໍ່ອຸບັຕ. ເໝືອນດັ່ງທູກວັນນີ້ ດັ່ງປີ 2557 ກໍກາຍເຄິ່ງພຸທທັນດອນມາແລ້ວ 57ປີ )
ເມື່ອພຣະເຈົ້າພິມພິສານຖວາຍທານແດ່ພຣະສະມະນະໂຄດົມພຸທທະເຈົ້າຄາວໃດ ກໍບໍ່ໄດ້ຢາດນໍ້າອຸທິສສ່ວນບຸນໄປໃຫ້ພວກຍາຕ ເຫລົ່ານັ້ນ ພໍຕົກກາງຄືນ ພວກເຜດທີ່ເປັນຍາຕຂອງພຣະອົງ ໄດ້ມາສົ່ງສຽງອັນໂຫຍຫວນໃກ້ໆພຣະຣາຊວັງ ທີ່ພຣະອົງປະທັບຢູ່ ໂດຍສະແດງກິຣິຍາແລະຮູບຮ່າງເປັນຕາຢ້ານກົວໃຫ້ພຣະເຈົ້າພິມພິສານໄດ້ເຫັນແລະໄດ້ຍິນ.
ພໍຮຸ່ງເຊົ້າພຣະອົງຈຶ່ງໄດ້ສະເດັດໄປຖາມພຣະພຸທທະເຈົ້າ ພຣະພຸທທະອົງຄ໌ຊົງເລົ່າເຖິງເຣື່ອງ ຄວາມເປັນມາຂອງຍາຕພຣະອົງທີ່ ລັກຂອງສົງຄ໌ ລັກໂລບຂອງວັດວາສາສນາ ແລະ ຕ້ອງທົນທຸກ ທໍລະມານເປັນເວລາອັນຍາວນານ ຕັ້ງແຕ່ຄັ້ງສາສນາຂອງ ພຣະ ກັສສະປະພຸທທະເຈົ້າ ຈົນມາ ເຖິງສາສນາຂອງ ພຣະໂຄດົມສັມມາສັມພຸທທະເຈົ້າ.
ຫລັງຈາກນັ້ນພຣະເຈົ້າພິມພິສານກໍຖວາຍທານອີກແລະອຸທິສສ່ວນບຸນກຸສົນໄປໃຫ້ ພວກຍາຕທີ່ຕາຍໄປແລ້ວໄດ້ຮັບສ່ວນບຸນ ເມື່ອໄດ້ຮັບກຸສົນແລ້ວ ຍາຕເຫລົ່ານັ້ນໄດ້ມາສະແດງຕົນໃຫ້ ພຣະເຈົ້າພິມພິສານ ເຫັນແລະຊາບວ່າ ທຸກທີ່ພວກເຂົາເຈົ້າໄດ້ຮັບນັ້ນ ໄດ້ເບົາບາງລົງຫລາຍແລ້ວ ເພາະການອຸທິສສ່ວນກຸສົນຂອງພຣະອົງນັ້ນເອງ.
ຂໍກ່າວເພິ່ມເຖິງອະນິສົງຂອງບຸນຫໍ່ເຂົ້າປະດັບດິນ
ສມັຍນຶ່ງມີທຸກຄະຕະເຂັນໃຈ ໄຮ້ຍາຕິພີ່ນ້ອງຄົນນຶ່ງ ອາສັຍພວກຊາວບ້ານລ້ຽງຊີບໄປແຕ່ລະມື້ ແຕ່ມີຈິດສັທທາເຫລື້ອມໃສໃນ ພຸທສາສນາເປັນຢ່າງຍິ່ງ ຄຶດຢາກຈະໃຫ້ທານສເມີ ແຕ່ກໍບໍ່ສາມາດທຳໄດ້ ເພາະບໍ່ມີສິ່ງໃດທີ່ຕົນພໍຈະໃຫ້ທານໄດ້.
ຢູ່ຕໍ່ມາວັນນຶ່ງ ຊາວບ້ານທຸກຄົນໄດ້ພາກັນໄປເຮັດບຸນ ເຂົ້າປະດັບດິນທີ່ວັດ ຕ່າງກໍນຳອາຫານໄປບິນທະບາຕ ໄປຖວາຍທານດ້ວຍ ໜ້າຕາທີ່ເບີກບານແລະແຈ່ມໃສ, ຊາຍຄົນນັ້ນກໍໄດ້ແຕ່ແນມເບິ່ງ ດ້ວຍຄວາມນ້ອຍໃຈແລະໂສກເສົ້າ ຈົນນໍ້າຕາໄຫລອອກມາ ໂດຍບໍ່ຮູ້ຕົວ ຂນະນັ້ນໄດ້ມີພຣະພິກຂຸຮູບນຶ່ງຍ່າງມາບິນທະບາຕແລະຢຸດໜ້າບ້ານຂອງທຸກຄະຕະພໍດີ ທຸກຄະຕະເລີຍເກີດສັທທາ ຢ່າງແຮງກ້າ ນຶກເຖິງກ້ອນເຂົ້າກ້ອນນຶ່ງທີ່ຕົນພໍຫາມາໄດ້ ຮີບນຳໄປຕັກບາຕແກ່ພິກຂຸອົງນັ້ນ ດ້ວຍຄວາມປິຕິຍິນດີ ຄວາມນ້ອຍໃຈເສັຽໃຈກໍຫາຍໄປສິ້ນ ແລ້ວ ອຸທິສສ່ວນກຸສົນທັ້ງຫລາຍໄປເຖິງບິດາມານດາແລະສັພສັຕທັ້ງຫລາຍເປັນຕົ້ນ.
ເວລານັ້ນຍົມພະບານໄດ້ປ່ອຍເປຕະຊົນຊຶ່ງເປັນຍາຕຂອງທຸກຄະຕະອອກມາສະແຫວງຫາ ອາຫານໃນໂລກມະນຸດ ພໍດີກັບການ ເຮັດບຸນຂອງທຸກຄະຕະທີ່ໄດ້ອຸທິສໄປໃຫ້ພວກຕົນ ຕ່າງກໍອະນຸໂມທະນາ ແລະ ອວຍໄຊໃຫ້ພອນໃຫ້ ທຸກຄະຕະ ມີແຕ່ຄວາມຈະເຣີນ ຮຸ່ງເຮືອງ ດ້ວຍຈະຕຸຣະພິທທະພອນຊັຍທັ້ງສີ່ປະການຄື ອາຍຸ ວັນນະ ສຸຂະ ພລະ ທຸກທິພາຣາຕຣີກາລ.
ທາງຝ່າຍພຣະຍາຍົມ ເມື່ອຮູ້ວ່າເປຕະຊົນເຫລົ່ານີ້ໄດ້ຮັບບຸນທີ່ ທຸກຄະຕະ ໄດ້ອຸທິສໄປຫາແລ້ວ ກໍປ່ອຍໃຫ້ພົ້ນຈາກກັມແລ້ວກໍ ໄປເກີດໃນເທວະສະຖານ ອັນເກີດມາຈາກບຸນບາຣະມີຂອງ ທຸກຄະຕະທີ່ສົ່ງໄປເຖິງ.
ນັບແຕ່ວັນນັ້ນເປັນຕົ້ນມາ ທຸກຄະຕະກໍທໍາມາຄ້າຂື້ນ ນັບມື້ກໍນັບຈະເຣີນຮຸ່ງເຮືອງ ມີເງິນຄຳກຳແກ້ວເປັນທະວີຄູນ ແລະ ກໍໄດ້ ເຮັດບຸນທຳທານ ຮັກສາສີລ ຈະເຣີນເມຕຕາພາວະນາ ເປັນເນື່ອງນິຈ ຈົນເທົ້າສິ້ນອາຍຸຂັຍ ກໍໄດ້ໄປເກີດໃນສວັນເປັນ ເທວະບຸຕ ມີນາງເທວະດາແວດລ້ອມເປັນຍົສບໍລິວານ ແລະຍາຕທີ່ມາບັງເກີດໃນເທວະໂລກກ່ອນໜ້ານີ້ ພໍໄດ້ຊາບຂ່າວ ຕ່າງກໍພາກັນນຳ ເຄື່ອງມາສັກກາຣະບູຊາເທພບຸຕອົງນັ້ນ.
ຄຳຖວາຍເຂົ້າປະດັບດິນ
ອິມານິ ມະຍັງ ພັນເຕ ພິກຂະມັຕຕິກະພັຕຕານິ ສະປະຣິວາຣານິ ພິກຂຸສັງຄັສສະ ໂອໂນຊະຍາມະ ສາທຸ ໂນ ພັນເຕ ພິກຂຸສັງໂຄ ອິມານິ ພິກຂະມັຕຕິກະ ພັຕຕານິ ສະປະຣິວາຣານິ ປະຕິກຄັນຫາຕຸ ອັມຫາກັນເຈວະ ມາຕາປິຕຸ ອາທິນັນຈະ ຍາຕະການັງ ກາລະກະຕານັງ ທີຄະຣັຕຕັງ ຫິຕາຍະ ສຸຂາຍະ
ຂ້າແຕ່ພຣະສົງຄ໌ຜູ້ຈະເຣີນ ພວກຂ້ານ້ອຍທັງຫລາຍ ຂໍນ້ອມຖວາຍ ເຂົ້າປະດັບດິນ ແລະ ພັຕຕາຫານ ກັບທັງ ເຄື່ອງບໍຣິວາຣ ທັງຫລາຍເຫລົ່ານີ້ ແກ່ພຣະພິກຂຸສົງຄ໌ ຂໍ ພຣະພິກຂຸສົງຄ໌ ຈົ່ງຮັບເຊິ່ງເຂົ້າປະດັບດິນແລະພັຕຕາຫານ ກັບທັງ ເຄື່ອງບໍຣິວາຣ ທັງຫລາຍເຫລົ່ານີ້ ຂອງ ພວກຂ້ານ້ອຍ ທັງຫລາຍເພື່ອປໂຍດແລະຄວາມສຸກ ຂອງພວກ ຂ້ານ້ອຍທັງຫລາຍ ແລະແກ່ ຍາຕຂອງ ພວກຂ້ານ້ອຍ ຜູ້ລ່ວງລັບດັບຂັນ ໄປສູ່ປໍຣະໂລກແລ້ວນັ້ນ ໝາຍມີບິດາມານດາ ປູ່ຍ່າຕາຍາຍ ຍາຕິກະວົງສາ ຄຣູອຸປັຊຊາຈາຣ ເປັນຕົ້ນ ຕລອດກາລນານເທີ້ນ ຯ

ความคิดเห็น